lo_jas_tn_l3/05/01.txt

42 lines
6.4 KiB
Plaintext

[
{
"title": "ຂໍ້ມູນເຊື່ອມຕໍ່",
"body": "ຢາໂກໂບ ເຕືອນຜູ້ທີ່ຮັ່ງມີກ່ຽວກັບການຫາຄວາມສຸກໃສ່ຕົວຂອງພວກເຂົາ ແລະອຸດົມສົມບູນ."
},
{
"title": "ມາບັດນີ້ຄົນຮັ່ງມີເອີຍ",
"body": "ຄວາມຫມາຍ ທີ່ເປັນໄປໄດ້ແມ່ນ 1) ຢາໂກໂບ ກຳລັງເຕືອນຕໍ່ຜູ້ທີ່ເຊື່ອທີ່ເຂັ້ມແຂງໃນຄວາມຮັ່ງມີ (UDB) ຫຼື 2) ຢາໂກໂບ ກຳລັງກ່າວເຖິງຜູ້ທີ່ບໍ່ເຊື່ອໃນຄວາມຮັ່ງມີ. ອາດແປໄດ້ອີກວ່າ: \"ທ່ານທີ່ຮັ່ງມີ ແລະເວົ້າວ່າທ່ານນັບຖືພະເຈົ້າ\" (ເບິ່ງເພິ່ມເຕີມ: figs_explicit)"
},
{
"title": "ຍ້ອນຄວາມທຸກລຳບາກ ທີ່ຈະມາຖືກພວກເຈົ້າ",
"body": "ຢາໂກໂບ ກ່າວວ່າຜູ້ຄົນເຫຼົ່ານີ້ຈະໄດ້ຮັບຄວາມທຸກທໍລະມານຢ່າງຮ້າຍແຮງໃນອະນາຄົດແລະຄືກັບຄວາມທຸກທໍລະມານຂອງພວກເຂົາແມ່ນສີ່ງທີ່ ກຳລັງກ້າວສູ່ພວກເຂົາ. ອາດແປໄດ້ອີກວ່າ: \"ເພາະວ່າທ່ານຈະປະສົບກັບຄວາມທຸກຍາກໃນອະນາຄົດ\" (ເບິ່ງເພິ່ມເຕີມ: figs_abstractnouns)"
},
{
"title": "ຄວາມຮັ່ງມີຂອງພວກເຈົ້າໄດ້ ເສື່ອມສູນໄປແລ້ວ ແລະ ເສື້ອຜ້າຂອງພວກເຈົ້າ ກໍຖືກມອດກັດກິນເສຍແລ້ວ. ເງິນ ແລະຄຳຂອງພວກເຈົ້າກໍເກີດເປັນຂີ້ຫມ້ຽງ ",
"body": "ກິນແລ້ວ. ຄຳ ແລະເງິນຂອງພວກເຈົ້າໄດ້ເສຍຫາຍໄປ - ຢາໂກໂບ ກ່າວເຖິງເຫດການເຫລົ່ານີ້ຄືກັບວ່າມັນໄດ້ເກີດຂຶ້ນແລ້ວ. ຢາໂກໂບກ່າວວ່າຄວາມຮັ່ງມີຢູ່ໃນໂລກບໍ່ຍືນຍົງແລະບໍ່ມີຄ່າໃນນິລັນດອນ. ອາດແປໄດ້ອີກວ່າ: \"ຊັບສົມບັດອັນມີຄ່າຂອງທ່ານເທົ່າກັບການເນົ່າເປື່ອຍ, ເສື້ອຜ້າຂອງພວກເຈົ້າ ກໍຖືກມອດກັດ ກິນເສຍ, ແລະ ເງິນ ແລະ ຄຳຂອງພວກເຈົ້າກໍເກີດເປັນຂີ້ໜຫມ້ຽງ \" (ເບິ່ງເພິ່ມເຕີມ: figs_pastforfuture)"
},
{
"title": "ຄວາມຮັ່ງມີ....... ເສື້ອຜ້າ........ຄຳ",
"body": "ສິ່ງເຫລົ່ານີ້ໄດ້ຖືກກ່າວເຖິງເປັນຕົວຢ່າງຂອງທຸກຢ່າງທີ່ມີຄ່າ ສຳລັບຄົນຮັ່ງມີ. (ເບິ່ງເພິ່ມເຕີມ: figs_metonymy)"
},
{
"title": "ຂີ້ຫມ້ຽງນັ້ນຈະເປັນພະຍານຫລັກຖານ ຕໍ່ສູ້ພວກເຈົ້າ",
"body": "\"ຂີ້ຫມ້ຽງ\" ແມ່ນ ຄຳສັບທົ່ວໄປທີ່ອະທິບາຍເຖິງການເນົ່າເປື່ອຍ ທຳມະຊາດຂອງໂລຫະ. ຢາໂກໂບ ກຳລັງກ່າວເຖິງການທຳລາຍນີ້ຄືກັບວ່າມັນແມ່ນບຸກຄົນທີ່ຢູ່ໃນຫ້ອງສານທີ່ກ່າວຫາຄົນຊົ່ວຮ້າຍຈາກການກະທຳ ຜິດຂອງພວກເຂົາ. ອາດແປໄດ້ອີກວ່າ: \"ແລະເມື່ອພຣະເຈົ້າຕັດສິນທ່ານ, ຊັບສົມບັດທີ່ທັງຫມົດ ຂອງທ່ານຈະເປັນຄືກັບຄົນທີ່ກ່າວຫາທ່ານໃນສານ\" (ເບິ່ງເພິ່ມເຕີມ: figs_personification)"
},
{
"title": "ມັນຈະເຜົາຜານ ເລືອດເນື້ອ......ເຫມືອນໄຟ",
"body": "ຕໍ່ໄປນີ້ຂີ້ຫມ້ຽງແມ່ນເວົ້າວ່າເຫມືອນໄຟທີ່ຈະ ໄຫມ້ເຈົ້າຂອງພວກມັນ. (ເບິ່ງເພິ່ມເຕີມ: figs_simile ແລະ figs_metaphor)"
},
{
"title": " ເລືອດເນື້ອ",
"body": "ຢູ່ນີ້ “ເລືອດເນື້ອ” ຫມາຍ ເຖິງຮ່າງກາຍທາງການຍະພາບ. (ເບິ່ງເພິ່ມເຕີມ: figs_metonymy)"
},
{
"title": "ໄຟ",
"body": "ແນວຄວາມຄິດຂອງໄຟຢູ່ທີ່ນີ້ແມ່ນເພື່ອເຮັດໃຫ້ຜູ້ຄົນຈື່ຈຳ ວ່າໄຟມັກຈະຫມາຍ ເຖິງການລົງໂທດຂອງພຣະເຈົ້າທີ່ຈະເກີດຂື້ນກັບຄົນຊົ່ວທັງຫມົດ. (ເບິ່ງເພິ່ມເຕີມ: figs_metaphor)"
},
{
"title": "ສຳລັບວັນສຸດທ້າຍ",
"body": "ນີ້ຫມາຍເຖິງເວລາທີ່ຖືກຕ້ອງກ່ອນທີ່ພຣະເຈົ້າຈະຕັດສິນຄົນທັງປວງ. ຄົນຊົ່ວຄິດວ່າພວກເຂົາ ກຳລັງເກັບມ້ຽນຊັບສົມບັດ ສຳລັບອະນາຄົດ, ແຕ່ສິ່ງທີ່ພວກເຂົາ ກຳລັງເຮັດແມ່ນເກັບຮັກສາການພິພາກສາ. ອາດແປໄດ້ອີກວ່າ: \"ສຳລັບໃນເວລາທີ່ພຣະເຈົ້າ ກຳລັງຈະຕັດສິນທ່ານ” (UDB) (ເບິ່ງເພິ່ມເຕີມ: figs_metonymy)"
}
]