lo_jas_text_ulb_l3/05/13.txt

1 line
1.3 KiB
Plaintext

\v 13 ມີຜູ້ໃດບໍໃນພວກເຈົ້າທີ່ທົນທຸກຢູ່? ຈົ່ງໃຫ້ຜູ້ນັ້ນພາວັນນາອະທິຖານ. ມີຜູ້ໃດບໍທີ່ຊົມຊື່ນຍິນດີ? ກໍໃຫ້ຜູ້ນັ້ນຮ້ອງເພງສັນຣະເສີນ. \v 14 ຜູ້ໃດທີ່ເຈັບໄຂ້ໄດ້ປ່ວຍ? ຈົ່ງໃຫ້ຜູ້ນັ້ນເຊີນບັນດາເຖົ້າແກ່ໃນຄຣິສຕະຈັກມາ, ພາວັນນາອະທິຖານສຳລັບຕົນ. ໃຫ້ພວກເພິ່ນເຈີມຜູ້ນັ້ນດ້ວຍນໍ້າມັນຊາໂລມທາໃນພຣະນາມຂອງອົງພຣະຜູ້ເປັນເຈົ້າ. \v 15 ຄຳພາວັນນາອະທິຖານທີ່ປະກອບດ້ວຍຄວາມເຊື່ອ ຈະເຮັດໃຫ້ຜູ້ປ່ວຍນັ້ນລອດພົ້ນ, ແລະ ອົງພຣະຜູ້ເປັນເຈົ້າຈະຊົງໂຜດໃຫ້ຜູ້ນັ້ນລຸກຂຶ້ນດີເປັນປົກກະຕິ. ຖ້າຜູ້ນັ້ນໄດ້ເຮັດຜິດເຮັດບາບພຣະອົງກໍຈະຊົງໂຜດອະພັຍໃຫ້.