lo_jas_text_ulb_l3/05/09.txt

1 line
1.3 KiB
Plaintext

\v 9 ພີ່ນ້ອງທັງຫລາຍເອີຍ, ຢ່າຈົ່ມໃຫ້ກັນ ແລະກັນ, ເພື່ອວ່າເຈົ້າຈະບໍ່ຖືກພຣະເຈົ້າຕັດສິນ. ເບິ່ງແມ, ຜູ້ຕັດສິນກໍກຳລັງຢືນຢູ່ທີ່ປະຕູ ແລະ ພ້ອມທີ່ຈະມາປາກົດ. \v 10 ພີ່ນ້ອງທັງຫລາຍເອີຍ, ຈົ່ງເອົາແບບຢ່າງໃນການທົນທຸກ ແລະ ຄວາມພາກພຽນຂອງພວກຜູ້ປະກາດພຣະທັມ, ຜູ້ໄດ້ກ່າວໃນພຣະນາມ ຂອງອົງພຣະຜູ້ເປັນເຈົ້າ. \v 11 ເບິ່ງແມ! ພວກເຮົາຖືວ່າຄົນເຫລົ່ານັ້ນ ທີ່ມີຄວາມອົດທົນກໍເປັນສຸກ. ເຈົ້າທັງຫລາຍໄດ້ຍິນເລື່ອງຄວາມອົດທົນຂອງໂຢບ, ແລະ ເຈົ້າທັງຫລາຍຮູ້ເຖິງພຣະປະສົງຂອງພຣະຜູ້ເປັນເຈົ້າ, ເຊິ່ງອົງພຣະຜູ້ເປັນເຈົ້າ ກໍຊົງເຕັມໄປດ້ວຍພຣະເມດຕາກະຣຸນາ.