lo_jas_text_ulb_l3/05/01.txt

1 line
1021 B
Plaintext

\c 5 \v 1 ມາບັດນີ້ຄົນຮັ່ງມີເອີຍ, ຈົ່ງຮ້ອງໄຫ້ຮໍ່າໄຮ ຍ້ອນຄວາມທຸກລຳບາກ ທີ່ຈະມາຖືກພວກເຈົ້າ. \v 2 ຄວາມຮັ່ງມີຂອງພວກເຈົ້າໄດ້ ເສື່ອມສູນໄປແລ້ວ ແລະ ເສື້ອຜ້າຂອງພວກເຈົ້າ ກໍຖືກມອດກັດ ກິນເສຍແລ້ວ. \v 3 ເງິນ ແລະ ຄຳຂອງພວກເຈົ້າກໍເກີດເປັນຂີ້ຫມ້ຽງ ແລະ ຂີ້ຫມ້ຽງນັ້ນຈະເປັນ ພະຍານຫລັກຖານ ຕໍ່ສູ້ພວກເຈົ້າ. ມັນຈະເຜົາຜານ ເລືອດເນື້ອ ຂອງພວກເຈົ້າເຫມືອນໄຟ. ພວກເຈົ້າໄດ້ທ້ອນໂຮມຊັບສົມບັດໄວ້ສຳລັບວັນສຸດທ້າຍ.