lo_jas_text_ulb_l3/04/11.txt

1 line
1.2 KiB
Plaintext

\v 11 ຢ່າເວົ້ານິນທາ ຊຶ່ງກັນແລະກັນ, ພີ່ນ້ອງທັງຫລາຍເອີຍ, ຜູ້ທີ່ເວົ້ານິນທາພີ່ນ້ອງ ຫລື ກ່າວໂທດໃສ່ພີ່ນ້ອງຂອງຕົນ ຜູ້ນັ້ນກໍເວົ້າຕໍ່ຕ້ານກົດບັນຍັດ ແລະ ຕັດສິນກົດບັນຍັດນັ້ນ, ແຕ່ຖ້າເຈົ້າກ່າວໂທດຕໍ່ກົດບັນຍັດ, ເຈົ້າກໍບໍ່ເປັນຜູ້ທີ່ ປະຕິບັດຕາມກົດບັນຍັດ, ແຕ່ເປັນຜູ້ຕັດສິນກົດບັນຍັດ. \v 12 ຜູ້ຊົງແຕ່ງຕັ້ງກົດບັນຍັດ ແລະ ຜູ້ຊົງພິພາກສາພຽງແຕ່ອົງດຽວເທົ່ານັ້ນ ຄືພຣະອົງ ຜູ້ ຊົງສາມາດໂຜດໃຫ້ພົ້ນ ແລະ ຊົງສາມາດບັນດານໃຫ້ຈິບຫາຍໄປໄດ້, ແຕ່ຝ່າຍເຈົ້າເປັນຜູ້ໃດທີ່ຈະກ່າວໂທດໃສ່ເພື່ອນບ້ານຂອງຕົນ?