lo_jas_text_ulb_l3/02/14.txt

1 line
1.2 KiB
Plaintext

\v 14 ພີ່ນ້ອງທັງຫລາຍຂອງເຮົາເອີຍ, ຖ້າຄົນ ຫນຶ່ງເວົ້າວ່າຕົນມີຄວາມເຊື່ອ, ແຕ່ບໍ່ມີການ ປະຕິບັດ ກໍຈະມີປະໂຫຍດຫຍັງເດ? ຄວາມເຊື່ອ ແບບນັ້ນ ຈະເຮັດໃຫ້ລາວພົ້ນໄດ້ບໍ? \v 15 ຖ້າພີ່ນ້ອງຊາຍ-ຍິງຄົນໃດ ບໍ່ມີເຄື່ອງນຸ່ງຫົ່ມ ແລະ ຂາດເຂີນອາຫານປະຈຳວັນ. \v 16 ຫາກມີຄົນ ໃດໃນພວກເຈົ້າເວົ້າແກ່ເຂົາວ່າ, “ຈົ່ງໄປເປັນສຸກ ເຖີ້ນ, ຂໍໃຫ້ອົບອຸ່ນ ແລະ ກິນອີ່ມ,” ແຕ່ບໍ່ໄດ້ໃຫ້ສິ່ງຂອງທີ່ເຂົາຕ້ອງການ ສຳລັບຕົວນັ້ນຈະເປັນ ປະໂຫຍດອັນໃດ? \v 17 ໃນທາງດຽວກັນ, ຄວາມເຊື່ອຢ່າງດຽວກັນ, ຖ້າບໍ່ມີການປະຕິບັດກໍ ຕາຍແລ້ວ.