lo_jas_text_ulb_l3/02/01.txt

1 line
1.6 KiB
Plaintext

\c 2 \v 1 ອ້າຍນ້ອງຂອງເຮົາເອີຍ, ຢ່າໄດ້ຍຶດຖືຄວາມເຊື່ອໃນອົງພຣະເຢຊູຄຣິດເຈົ້າ ພຣະເຈົ້າຂອງເຮົາ, ຜູ້ຊົງສະຫງ່ຣາສີນັ້ນ, ດ້ວຍຄວາມລຳອຽງເລືອກຫນ້າຄົນ. \v 2 ຫາກມີຄົນຫນຶ່ງເຂົ້າມາໃນທີ່ປະຊຸມຂອງພວກເຈົ້າ ຖືແຫວນຄຳ ແລະ ແຕ່ງຕົວງົດງາມ, ແລະ ກໍມີຄົນທຸກຈົນຜູ້ຫນຶ່ງ ນຸ່ງເຄື່ອງເປື້ອນເປິເຂົ້າມາເຫມືອນກັນ. \v 3 ຖ້າພວກເຈົ້າ ຈະສົນໃຈເບິ່ງ ແຕ່ຄົນທີ່ແຕ່ງຕົວດີນັ້ນ ແລະ ທັງທັກທາຍປາໄສວ່າ, “ເຊີນນັ່ງບ່ອນ ເຫມາະສົມນີ້ເຖີ້ນ,” ແລະ ແຕ່ເຈົ້າກ່າວແກ່ຄົນ ທຸກຈົນນັ້ນວ່າ, “ໃຫ້ເຈົ້າຢືນຢູ່ຫັ້ນ,” ຫລື “ໃຫ້ ເຈົ້ານັ່ງທີ່ໃກ້ຕີນເຮົານີ້.” \v 4 ຖ້າເຮັດດັ່ງນັ້ນພວກເຈົ້າເປັນຜູ້ແບ່ງຊັ້ນວັນນະ ແລະ ກາຍເປັນຜູ້ຕັດສິນຄົນດ້ວຍຄວາມຄິດອັນຊົ່ວບໍ່ແມ່ນບໍ?