lo_jas_text_ulb_l3/01/22.txt

1 line
1.5 KiB
Plaintext

\v 22 ຈົ່ງເປັນຜູ້ປະຕິບັດຕາມພຣະທັມນັ້ນ ແລະຢ່າເປັນພຽງຜູ້ຟັງ, ພຽງແຕ່ຫລອກລວງຕົວທ່ານເອງເທົ່ານັ້ນ. \v 23 ສຳລັບຜູ້ໃດ ທີ່ເປັນຜູ້ຟັງພຣະທັມແລ້ວ ແຕ່ບໍ່ເປັນຜູ້ເຮັດຕາມ, ລາວກໍເປັນດັ່ງຄົນທີ່ແຍງແວ່ນ ເບິ່ງເຫັນຫນ້າຂອງຕົນເອງຕາມທັມະຊາດ. \v 24 ເຂົາແຍງເບິ່ງຕົນເອງ ແລ້ວກໍອອກໄປແລ້ວ ແລະ ກໍລືມໃນທັນທີນັ້ນ ໂລດວ່າຕົນເອງໄດ້ເປັນຄືຢ່າງໃດ. \v 25 ແຕ່ຜູ້ໃດທີ່ພິຈາຣະນາເບິ່ງຢ່າງຣະມັດຣະວັງໃນກົດບັນຍັດ ອັນຄົບຖ້ວນແຫ່ງອິສຣະພາບນັ້ນ, ແລະ ສືບຕໍ່ປະຕິບັດຕາມ ຕັ້ງຫມັ້ນຄົງຢູ່ໃນກົດບັນຍັດຂອງພຣະເຈົ້າ, ບໍ່ແມ່ນພຽງແຕ່ເປັນຜູ້ທີ່ໄດ້ຍິນແລ້ວລືມໄປ, ຄົນນັ້ນແຫລະຈະໄດ້ຮັບພຣະພອນຈາກພຣະເຈົ້າ ໃນສິ່ງທີ່ເຂົາກະທຳ.