lo_jas_text_ulb_l3/01/04.txt

1 line
928 B
Plaintext

\v 4 ຈົ່ງໃຫ້ຄວາມພຽນອົດທົນ ຂອງພວກເຈົ້າ ນັ້ນສຳເລັດຜົນ, ເພື່ອວ່າພວກເຈົ້າຈະໄດ້ກາຍເປັນຄົນທີ່ສຳເລັດ ແລະ ຄົບຖ້ວນທຸກປະການ, ໂດຍບໍ່ຂາດເຂີນສິ່ງໃດ. \v 5 ແຕ່ຖ້າຄົນໃດໃນພວກເຈົ້າ ຂາດສະຕິປັນຍາ, ກໍໃຫ້ຜູ້ນັ້ນທູນຂໍຈາກພຣະເຈົ້າ, ຜູ້ຊົງໂຜດປຣະທານໃຫ້ແກ່ຄົນທັງປວງດ້ວຍພຣະ ກະຣຸນາ ໂດຍຊົງບໍ່ກ່າວຕິຕຽນແກ່ຜູ້ທີ່ທູນຂໍ, ແລະ ພຣະອົງກໍຈະປຣະທານສິ່ງທັງປວງເຫລົ່ານັ້ນໃຫ້.