lo_isa_text_ulb_l3/65/17.txt

1 line
1.1 KiB
Plaintext

\v 17 ເພາະສະນັ້ນ ເບິ່ງແມ, ເຮົາຈະສ້າງທ້ອງຟ້າໃຫມ່ແລະແຜ່ນດິນໂລກໃຫມ່; ແລະຈະບໍ່ມີການຈົດຈຳຫລືລະນຶກເຖິງສິ່ງເກົ່າກ່ອນ. \v 18 ແຕ່ພວກເຈົ້າຈະຍິນດີແລະເບີກບານໃຈຕະຫລອດໄປໃນສິ່ງທີ່ເຮົາກຳລັງຈະສ້າງຂຶ້ນ. ເບິ່ງແມ, ເຮົາຈະສ້າງເຢຣູຊາເລັມໃຫ້ເປັນຄວາມປິຕິຍິນດີ, ແລະສ້າງປະຊາຊົນຂອງເມືອງນັ້ນເປັນຄວາມຊື່ນຊົມຍິນດີ. \v 19 ເຮົາຈະປິຕິຍິນດີເຫນືອກຸງເຢຣູຊາເລັມແລະຈະຍິນດີເຫນືອຊົນຊາດຂອງເຮົາ; ຈະບໍ່ໄດ້ຍິນສຽງຮ້ອງໄຫ້ແລະຄຳຄວນຂອງຄວາມທຸກໃຈໃນເມືອງນັ້ນອີກຕໍ່ໄປ.