lo_isa_text_ulb_l3/38/01.txt

1 line
1.5 KiB
Plaintext

\c 38 \v 1 ໃນເວລານັ້ນ ເຮເຊກິຢາ ໄດ້ເຈັບປ່ວຍຈົນເຖິງຂັ້ນໃກ້ຈະເສຍຊີວິດ. ສະນັ້ນ ເອຊາຢາ ລູກຊາຍຂອງ ອາໂມດ, ຜູ້ທຳນວາຍໄດ້ມາຫາເພິ່ນແລະກ່າວກັບລາວວ່າ: "ພຣະເຈົ້າຢາເວກ່າວວ່າ, ຈົ່ງຈັດການບ້ານເມືອງຂອງທ່ານໃຫ້ເປັນລະບຽບ; ເພາະວ່າທ່ານຈະຕາຍ, ທ່ານຈະບໍ່ມີຊີວິດຢູ່." \v 2 ເຮເຊກິຢາ ໄດ້ຫັນໜ້າໄປຫາກຳແພງເມືອງແລະອະທິຖານຫາພຣະຜູ້ເປັນເຈົ້າ. \v 3 ທ່ານໄດ້ກ່າວວ່າ, "ຂ້າແດ່ພຣະເຈົ້າຢາເວເອີຍ, ຂໍຊົງໂພດລະນຶກເຖິງການທີ່ຂ້າພຣະອົງໄດ້ດຳເນີນຕໍ່ພະພັກພຣະອົງຢ່າງສັດຊື່ດ້ວຍສຸດໃຈຂອງຂ້າພຣະອົງ, ແລະການທີ່ຂ້າພຣະອົງໄດ້ເຮັດສິ່ງທີ່ດີໃນສາຍພະເນດຂອງພຣະອົງເຈົ້າ." ແລ້ວ ເຮເຊກິຢາ ໄດ້ຮ້ອງໄຫ້ຢ່າງແຮງ.