lo_isa_text_ulb_l3/38/01.txt

1 line
1.4 KiB
Plaintext

\c 38 \v 1 ໃນເວລານັ້ນເຮເຊກິຢາ ໄດ້ເຈັບປ່ວຍຈົນເຖິງຂັ້ນໃກ້ຈະເສຍຊີວິດ. ດັ່ງນັ້ນເອຊາຢາລູກຊາຍຂອງອາມອດ, ຜູ້ທຳນວາຍ,ໄດ້ມາຫາເພິ່ນ, ແລະກ່າວກັບລາວວ່າ, "ພຣະຢາເວກ່າວວ່າ,' ຈົ່ງຈັດການບ້ານເຮືອນຂອງເຈົ້າໃຫ້ຮຽບຮ້ອຍ; ເພາະວ່າເຈົ້າຈະຕາຍ, ເຈົ້າຈະບໍ່ມີຊີວິດຢູ່." \v 2 ແລ້ວເຮເຊກິຢາໄດ້ຫັນຫນ້າເຂົ້າຂ້າງຝາແລະອະທິຖານຕໍ່ພຣະຢາເວ. \v 3 ເພິ່ນໄດ້ກ່າວວ່າ, "ຂ້າແດ່, ພຣະຢາເວ, ຂໍຊົງໂພດລະນຶກເຖິງການທີ່ຂ້ານ້ອຍໄດ້ດຳເນີນຕໍ່ພະພັກພຣະອົງຢ່າງສັດຊື່ດ້ວຍສຸດໃຈຂອງຂ້ານ້ອຍ, ແລະ ການທີ່ຂ້ານ້ອຍໄດ້ເຮັດສິ່ງທີ່ດີໃນສາຍພຣະເນດຂອງພຣະອົງເຈົ້າ." ແລ້ວເຮເຊກິຢາໄດ້ຮ້ອງໄຫ້ຢ່າງແຮງ.