lo_isa_text_ulb_l3/64/08.txt

1 line
899 B
Plaintext

\v 8 ຂ້າແດ່ພຣະເຈົ້າຢາເວ, ພຣະອົງຊົງເປັນພຣະບິດາຂອງພວກຂ້າພຣະອົງທັງຫຼາຍ; ພວກຂ້າພຣະອົງແມ່ນດິນໜຽວ. ພຣະອົງຊົງເປັນຊ່າງປັ້ນ; ແລະພວກຂ້າພຣະອົງທຸກຄົນແມ່ນຜົນງານແຫ່ງຝີພຣະຫັດຂອງພຣະອົງ. \v 9 ຂ້າແດ່ພຣະເຈົ້າຢາເວ ຂໍຊົງຢ່າກຽດຊັງຫລາຍເກີນໄປເລີຍ, ແລະຢ່າຊົງຈົດຈຳຄວາມບາບຂອງພວກຂ້າພຣະອົງ. ຂໍຊົງໂປດເບິ່ງພວກຂ້າພຣະອົງທຸກຄົນວ່າເປັນປະຊາຊົນຂອງພຣະອົງ.