lo_isa_text_ulb_l3/60/15.txt

1 line
1006 B
Plaintext

\v 15 ແທນການທີ່ເຈົ້າຍັງຄົງຖືກປະຖິ້ມແລະຖືກກຽດຊັງ, ໂດຍບໍ່ມີໃຜຜ່ານເຂົ້າມາຍັງເຈົ້າ, ເຮົາຈະເຮັດໃຫ້ເຈົ້າເປັນສິ່ງທີ່ຫນ້າພູມໃຈຕະຫລອດໄປເປັນນິດ, ເປັນຄວາມຊື່ນບານຈາກຄົນລຸ້ນຫນຶ່ງຫາຄົນລຸ້ນຫນຶ່ງ. \v 16 ເຈົ້າຈະດື່ມນົມຂອງບັນດາປະຊາຊາດ, ແລະຈະໄດ້ຮັບການລ້ຽງດູທີ່ເອິກຂອງກະສັດທັງຫລາຍ; ເຈົ້າຈະຮູ້ວ່າເຮົາຄືພຣະຢາເວ ເປັນພຣະຜູ້ຊ່ອຍໃຫ້ລອດແລະພຣະຜູ້ໄຖ່ຂອງເຈົ້າ, ອົງຜູ້ຍິ່ງໃຫຍ່ຂອງຢາໂຄບ.