lo_isa_text_ulb_l3/66/22.txt

1 line
792 B
Plaintext

\v 22 ເພາະວ່າທ້ອງຟ້າໃຫມ່ແລະແຜ່ນດິນໂລກໃຫມ່ທີ່ເຮົາຈະສ້າງຂຶ້ນຈະດຳລົງຢູ່ຕໍ່ຫນ້າເຮົາສັນໃດ ເຊື້ອສາຍຂອງພວກເຈົ້າຈະຄົງດຳລົງຢູ່, ແລະຊື່ຂອງພວກເຈົ້າຈະດຳລົງຢູ່ສັນນັ້ນ. \v 23 ຈາກເດືອນຫນຶ່ງເຖິງເດືອນຕໍ່ໄປ, ແລະຈາກວັນຊະບາໂຕຫນຶ່ງເຖິງວັນຊະບາໂຕຕໍ່ໄປ, ປະຊາຊົນທັງຫມົດຈະມາຂາບໄຫວ້ເຮົາ, ພຣະຢາເວກ່າວດັ່ງນີ້: