lo_isa_text_ulb_l3/60/08.txt

1 line
1016 B
Plaintext

\v 8 ຄົນເຫຼົ່ານີ້ແມ່ນໃຜທີ່ບິນມາຄືກັບເມກ, ແລະຄືນົກເຂົາທີ່ກັບມາຍັງທີ່ພັກອາໄສຂອງພວກມັນ? \v 9 ບັນດາຊາຍຝັ່ງທະເລຊອກຫາເຮົາແລະເຮືອທັງຫຼາຍຂອງເມືອງທາຊາກໍ່ນຳໜ້າ, ເພື່ອນຳເອົາລູກຊາຍທັງຫຼາຍຂອງເຈົ້າຈາກແດນໄກ, ເງິນແລະທອງຄຳຂອງພວກເຂົາມາພ້ອມກັບພວກເຂົາດ້ວຍ, ເພາະພຣະນາມຂອງພຣະເຈົ້າຢາເວາພຣະເຈົ້າຂອງເຈົ້າ, ແລະສຳລັບຜູ້ບໍລິສຸດຂອງອິດສະຣາເອນ, ເພາະວ່າພຣະອົງໄດ້ເຮັດໃຫ້ພວກເຈົ້າໄດ້ຮັບກຽດ.