lo_isa_text_ulb_l3/37/03.txt

1 line
1.4 KiB
Plaintext

\v 3 ພວກເຂົາໄດ້ກ່າວກັບລາວວ່າ, "ເຮເຊກິຢາ ກ່າວວ່າ," ມື້ນີ້ແມ່ນວັນແຫ່ງຄວາມທຸກໃຈ, ວັນທີ່ຖືກປະນາມ ແລະ ວັນແຫ່ງຄວາມອັບປະຍົດອົດສູ , ຄືກັບວ່າເດັກກໍາລັງຈະເກີດ, ແຕ່ຜູ້ເປັນແມ່ບໍ່ມີກຳລັງທີ່ຈະເບັ່ງລູກຂອງນາງໃຫ້ເກີດມາ. \v 4 ບາງທີພຣະຢາເວພຣະເຈົ້າຂອງພວກເຈົ້າຈະຊົງໄດ້ຍິນຖ້ອຍຄຳຂອງຫົວຫນ້າຜູ້ບັນຊາການທະຫານ, ຊຶ່ງກະສັດອັດຊີເຣຍຜູ້ເປັນເຈົ້ານາຍຂອງເຂົາໄດ້ໃຊ້ເຂົາໄປເພື່ອຕໍ່ຕ້ານພຣະເຈົ້າຜູ້ຊົງພຣະຊົນຢູ່, ແລະ ຈະສັ່ງຫ້າມຄຳເວົ້າທີ່ພຣະຢາເວພຣະເຈົ້າຂອງພວກເຈົ້າໄດ້ຍິນ. ບັດນີ້ຈົ່ງຍົກຄຳອະທິຖານຂອງທ່ານສຳລັບພວກຄົນທີ່ເຫລືອຢູ່ທີ່ຍັງຄອຍຢູ່ທີ່ນີ້. '"