lo_isa_text_ulb_l3/66/20.txt

1 line
1.1 KiB
Plaintext

\v 20 ພວກເຂົາຈະນຳເອົາພີ່ນ້ອງຂອງເຈົ້າທຸກຄົນກັບມາຈາກປະຊາຊາດທັງຫມົດ, ມາເປັນເຄື່ອງບູຊາຖວາຍແດ່ພຣະຢາເວ. ພວກເຂົາຈະມາໂດຍມ້າ, ແລະໂດຍລົດຮົບ, ໂດຍກວຽນ, ລົດມ້າ, ໂດຍລໍ, ແລະໂດຍອູດທັງຫລາຍມາຍັງກຸງເຢລູຊາເລັມພູເຂົາທີ່ບໍລິສຸດຂອງເຮົາ - ພຣະຢາເວກ່າວດັ່ງນີ້. ເພາະຊົນຊາດອິດສະຣາເອນຈະນຳ ເຄື່ອງທັນຍະບູຊາໃສ່ໃນພາສະນະທີ່ສະອາດເຂົ້າໄປໃນພຣະວິຫານຂອງພຣະຢາເວ. \v 21 ເຮົາຈະເລືອກເອົາບາງຄົນໃນຄົນເຫລົ່ານີ້ມາເປັນປະໂລຫິດແລະພວກເລວີ ພຣະຢາເວໄດ້ກ່າວດັ່ງນີ້,