lo_isa_text_ulb_l3/64/10.txt

1 line
1.2 KiB
Plaintext

\v 10 ເມືອງທີ່ບໍລິສຸດທັງຫລາຍຂອງພຣະອົງໄດ້ກາຍເປັນຖິ່ນແຫ້ງແລ້ງກັນດານ; ຊີໂອນກໍກາຍເປັນຖິ່ນແຫ້ງແລ້ງກັນດານ, ເຢຣູຊາເລັມກາຍເປັນບ່ອນທີ່ຮົກຮ້າງຫວ່າງເປົ່າ. \v 11 ພຣະວິຫານອັນບໍລິສຸດແລະສວຍງາມຂອງພວກຂ້ານ້ອຍ, ທີ່ຊຶ່ງບັນພະບຸລຸດຂອງພວກຂ້ານ້ອຍໄດ້ຍ້ອງຍໍສັນລະເສີນພຣະອົງ, ໄດ້ຖືກໄຟເຜົາທຳລາຍ, ແລະທຸກສິ່ງທີ່ເປັນທີ່ຮັກຍິ່ງກໍເປັນຊາກປະຫລັກຫັກພັງ. \v 12 ຂ້າແດ່ພຣະຢາເວ, ພຣະອົງຍັງຊົງຢັບຢັ້ງຢູ່ໄດ້ຢ່າງໃດ? ພຣະອົງຍັງຊົງງຽບແລະເຮັດໃຫ້ພວກຂ້ານ້ອຍໄດ້ຮັບຄວາມອັບອາຍຕະຫລອດໄປໄດ້ຢ່າໃດ? "