lo_isa_text_ulb_l3/64/03.txt

1 line
821 B
Plaintext

\v 3 ກ່ອນຫນ້ານີ້, ເມື່ອພຣະອົງໄດ້ຊົງເຮັດສິ່ງອັດສະຈັນຕ່າງໆທີ່ພວກເຮົາຄາດບໍ່ເຖິງ, ພຣະອົງໄດ້ສະເດັດລົງມາ, ແລະພູເຂົາທັງຫລາຍໄດ້ສັ່ນສະເທືອນຕໍ່ພຣະພັກພຣະອົງ. \v 4 ຕັ້ງແຕ່ສະໄຫມໂບຮານມາບໍ່ມີຜູ້ໃດໄດ້ຍິນຫລືຮັບຮູ້, ຫລືເຄີຍໄດ້ເຫັນພຣະເຈົ້າໃດດ້ວຍຕານອກເຫນືອຈາກພຣະອົງ, ຜູ້ທີ່ກະທຳສິ່ງຕ່າງໆເພື່ອຜູ້ທີ່ລໍຄອຍພຣະອົງ.