lo_isa_text_ulb_l3/63/07.txt

1 line
1.3 KiB
Plaintext

\v 7 ຂ້ານ້ອຍຈະບອກກ່ຽວກັບການກະທຳຂອງຄວາມສັດຊື່ແຫ່ງພັນທະສັນຍາຂອງພຣະຢາເວ, ການກະທຳທີ່ຫນ້າສັນລະເສີນຂອງພຣະຢາເວ. ຂ້ານ້ອຍຈະບອກເຖິງທຸກສິ່ງທີ່ພຣະຢາເວໄດ້ຊົງເຮັດເພື່ອພວກເຮົາ, ແລະຄວາມດີງາມອັນຍິ່ງໃຫຍ່ຂອງພຣະອົງທີ່ມີຕໍ່ເຊື້ອສາຍອິດສະຣາເອນ. ພຣະອົງໄດ້ຊົງສຳແດງພຣະກາຮຸນານີ້ຕໍ່ພວກເຮົາຍ້ອນຄວາມເມດຕາຂອງພຣະອົງ, ແລະດ້ວຍການກະທຳທີ່ສັດຊື່ໃນພັນທະສັນຍາຢ່າງຫລວງຫລາຍ. \v 8 ເພາະພຣະອົງໄດ້ເວົ້າວ່າ, "ແນ່ນອນວ່າພວກເຂົາແມ່ນຊົນຊາດຂອງເຮົາ, ບຸດທັງຫລາຍຜູ້ທີ່ບໍ່ທໍລະຍົດ." ພຣະອົງໄດ້ຊົງເປັນຜູ້ຊ່ອຍໃຫ້ລອດຂອງພວກເຂົາ.