lo_isa_text_ulb_l3/62/01.txt

1 line
927 B
Plaintext

\c 62 \v 1 ເພາະເຫັນແກ່ຊີໂອນເຮົາຈະບໍ່ມິດງຽບແລະເພາະເຫັນແກ່ກຸງເຢລູຊາເລັມເຮົາຈະບໍ່ມິດງຽບໄປ, ຈົນກວ່າຄວາມຊອບທຳຂອງນະຄອນນີ້ຈະອອກມາຢ່າງສະຫວ່າງສົດໃສ, ແລະຄວາມລອດຂອງນະຄອນນີ້ຈະອອກໄປຄືກັບໂຄມໄຟຍາມຄຳ່ມືດ. \v 2 ປະຊາຊາດທັງຫລາຍຈະໄດ້ເຫັນຄວາມຊອບທຳຂອງເຈົ້າ, ແລະກະສັດທັງຫມົດດຈະເຫັນສະຫງ່າລາສີຂອງເຈົ້າ. ເຂົາຈະເອີ້ນເຈົ້າດ້ວຍນາມໃຫມ່ທີ່ພຣະຢາເວຊົງເລືອກໃຫ້.