lo_isa_text_ulb_l3/60/10.txt

1 line
1.0 KiB
Plaintext

\v 10 ພວກບຸດຊາຍຂອງຄົນຕ່າງຊາດຈະສ້າງກຳແພງຂອງເຈົ້າຄືນໃຫມ່, ແລະບັນດາກະສັດຂອງພວກເຂົາຈະຮັບໃຊ້ເຈົ້າ; ເຖິງແມ່ນວ່າເຮົາໄດ້ລົງໂທດເຈົ້າເພາະຄວາມໂກດແຄ້ນຂອງເຮົາ, ແຕ່ວ່າເຮົາຈະມີຄວາມເມດຕາກາລຸນາຕໍ່ເຈົ້າດ້ວຍຄວາມໂປດປານຂອງເຮົາ. \v 11 ປະຕູເມືອງທັງຫລາຍຂອງເຈົ້າຍັງຈະເປີດຢູ່ຕະຫລອດເວລາ; ປະຕູເຫລົ່ານັ້ນຈະບໍ່ຖືກປິດທັງກາງເວັນຫລືກາງຄືນ, ເພື່ອໃຫ້ກະສັດທັງຫລາຍໄດ້ນຳຄວາມອຸດົມສົມບູນຂອງບັນດາປະຊາຊາດເຂົ້າມາ.