lo_isa_text_ulb_l3/60/08.txt

1 line
1.0 KiB
Plaintext

\v 8 ຄົນເຫລົ່ານີ້ແມ່ນໃຜທີ່ບິນມາເຫມືອນເມກ, ແລະເຫມືອນນົກພິລາບທີ່ກັບມາຍັງທີ່ພັກອາໄສຂອງພວກມັນ? \v 9 ບັນດາແຜ່ນດິນແຄມທະເລຫລຽວຫາເຮົາແລະເຮືອທັງຫລາຍຂອງເມືອງທາຊາກໍນຳຫນ້າ, ເພື່ອນຳເອົາລູກຊາຍທັງຫລາຍຂອງເຈົ້າຈາກແດນໄກ, ເງິນແລະທອງຄຳຂອງພວກເຂົາມາພ້ອມກັບພວກເຂົາດ້ວຍ, ເພາະພຣະນາມຂອງພຣະຢາເວາພຣະເຈົ້າຂອງເຈົ້າ, ແລະສຳລັບອົງບໍລິສຸດຂອງອິດສະຣາເອນ, ເພາະວ່າພຣະອົງໄດ້ເຮັດໃຫ້ພວກເຈົ້າໄດ້ຮັບກຽດ.