lo_isa_text_ulb_l3/60/04.txt

1 line
937 B
Plaintext

\v 4 ຈົ່ງເບິ່ງໄປອ້ອມຮອບເຖີດ. ພວກເຂົາທຸກຄົນໄດ້ລວມຕົວກັນແລະມາຫາເຈົ້າ. ພວກລູກຊາຍຂອງເຈົ້າຈະມາຈາກແດນໄກ, ແລະພວກເຂົາຈະອູ້ມລູກສາວຂອງເຈົ້າໃວ້ໃນອ້ອມແຂນຂອງພວກເຂົາ. \v 5 ເມື່ອນັ້ນເຈົ້າຈະຫລຽວເບິ່ງແລະເຕັມໄປດ້ວຍຄວາມສຸກໃຈ, ແລະຫົວໃຈຂອງເຈົ້າຈະມີຄວາມປິຕິຍິນດີ, ເພາະວ່າຄວາມມັງຄັ້ງຂອງທະເລຈະຖືກຖອກເທອອກມາໃຫ້ເຈົ້າ, ຊັບສົມບັດຂອງບັນດາປະຊາຊາດຈະມາຍັງເຈົ້າ.