lo_isa_text_ulb_l3/58/06.txt

1 line
1.2 KiB
Plaintext

\v 6 ເຮົາເລືອກການອົດອາຫານຢ່າງນີ້: ຄືການປົດປ່ອຍຄວາມຜູກພັນທີ່ອະທຳ, ການແກ້ສາຍເຊືອກຂອງແອກອອກໄປ, ການປົດປ່ອຍຄົນທີ່ຊອກຊ້ຳລະກຳໃຈໃຫ້ເປັນອິດສະລະ, ແລະຫັກແອກທັງຫມົດເສຍບໍ່ແມ່ນບໍ? \v 7 ການອົດອາຫານທີ່ເປັນການຫັກເຂົ້າຈີ່ຂອງພວກເຈົ້າໃຫ້ກັບຄົນທີ່ຫິວໂຫຍແລະນຳເອົາຄົນຍາກຈົນແລະບໍ່ມີທີ່ຢູ່ອາໄສເຂົ້າໄປໃນເຮືອນຂອງພວກເຈົ້າບໍ່ແມ່ນບໍ?” ເມື່ອພວກເຈົ້າເຫັນຄົນທີ່ເປືອຍກາຍ, ພວກເຈົ້າຄວນຈະນຸ່ງເສື້ອຜ້າໃຫ້ເຂົາ, ແລະພວກເຈົ້າບໍ່ຄວນເຊື່ອງຕົວພວກເຈົ້າຈາກຍາດພີ່ນ້ອງຂອງພວກເຈົ້າເອງ.