lo_isa_text_ulb_l3/53/10.txt

1 line
1.1 KiB
Plaintext

\v 10 ແຕ່ເປັນຄວາມປະສົງຂອງພຣະຢາເວທີ່ຈະເຮັດໃຫ້ທ່ານບວບຊ້ຳແລະເຈັບປ່ວຍ. ເມື່ອທ່ານໄດ້ເອົາຊີວິດຂອງທ່ານເປັນເຄື່ອງບູຊາລົບລ້າງບາບ, ທ່ານຈຶ່ງໄດ້ເຫັນເຊື້ອສາຍຂອງທ່ານມີອາຍຸຍາວໄກ, ແລະພຣະປະສົງຂອງພຣະຢາເວຈະສຳເລັດຜ່ານທາງທ່ານ. \v 11 ຫລັງຈາກຄວາມທຸກທໍລະມານໃນຊີວິດຂອງທ່ານ, ທ່ານຈະເຫັນຄວາມສະຫວ່າງແລະພໍໃຈໂດຍຄວາມຮູ້ຂອງທ່ານ. ຜູ້ຮັບໃຊ້ທີ່ຊອບທຳຂອງເຮົາຈະຊ່ວຍຄົນໃຫ້ລອດຢ່າງຫລວງຫລາຍ; ທ່ານຈະແບກຄວາມບາບຂອງພວກເຂົາໄປ.