lo_isa_text_ulb_l3/53/01.txt

1 line
828 B
Plaintext

\c 53 \v 1 ມີໃຜໄດ້ເຊື່ອສິ່ງທີ່ພວກເຂົາໄດ້ຍິນຈາກພວກເຮົາ, ແລະ ແຂນຂອງພຣະຢາເວໄດ້ຊົງສຳແດງຕໍ່ຜູ້ໃດ? \v 2 ເພາະທ່ານໄດ້ເຕີບໂຕຂຶ້ນຕໍ່ພຣະພັກພຣະຢາເວເຫມືອນກັບຕົ້ນອ່ອນ, ແລະເຫມືອນຫນໍ່ທີ່ແຕກອອກມາຈາກພື້ນດິນທີ່ແຫ້ງແລ້ງ; ທ່ານບໍ່ມີຮູບຮ່າງທີ່ງົດງາມຫລືສະຫງ່າງາມ; ເມື່ອພວກເຮົາໄດ້ເຫັນທ່ານ, ບໍ່ມີຄວາມງາມທີ່ຈະດຶງດູດພວກເຮົາ.