lo_isa_text_ulb_l3/45/04.txt

1 line
1.2 KiB
Plaintext

\v 4 ເພາະເຫັນແກ່ຢາໂຄບເປັນຜູ້ຮັບໃຊ້ຂອງເຮົາແລະອິດສະຣາເອນຜູ້ທີ່ເຮົາເລືອກໄວ້, ເຮົາໄດ້ເອີ້ນເຈົ້າຕາມຊື່ຂອງເຈົ້າ: ໃຫ້ຕຳແຫນ່ງແຫງກຽດແກ່ເຈົ້າ, ເຖິງແມ່ນວ່າເຈົ້າບໍ່ຮູ້ຈັກເຮົາ. \v 5 ເຮົາແມ່ນພຣະຢາເວ, ແລະບໍ່ມີຜູ້ອື່ນອີກ; ບໍ່ມີພຣະເຈົ້າອື່ນໃດນອກຈາກເຮົາ. ເຮົາຈະຂັດອາວຸດໃຫ້ເຈົ້າເພື່ອສູ້ຮົບ, ເຖິງແມ່ນວ່າເຈົ້າບໍ່ຮູ້ຈັກເຮົາ; \v 6 ເພື່ອຄົນທັງຫລາຍຈະຮູ້ຕັ້ງແຕ່ທີ່ດວງຕາເວັນຂຶ້ນແລະຈາກທິດຕາເວັນຕົກວ່າບໍ່ມີພຣະເຈົ້າອື່ນໃດນອກຈາກເຮົາ: ເຮົາແມ່ນພຣະຢາເວ, ແລະບໍ່ມີຜູ້ໃດອີກ.