lo_isa_text_ulb_l3/39/03.txt

1 line
1.0 KiB
Plaintext

\v 3 ແລ້ວເອຊາຢາຜູ້ທຳນວາຍໄດ້ມາເຂົ້າເຝົ້າກະສັດ ເຮເຊກິຢາແລະຖາມເພິ່ນວ່າ, "ຄົນເຫລົ່ານີ້ເວົ້າຫຍັງກັບພະອົງ? ພວກເຂົາມາຈາກໃສ?" ເຮເຊກິຢາກ່າວວ່າ, "ພວກເຂົາມາຫາເຮົາຈາກປະເທດທີ່ຫ່າງໄກຂອງບາບີໂລນ." \v 4 ເອຊາຢາຖາມວ່າ, "ພວກເຂົາໄດ້ເຫັນຫຍັງຢູ່ໃນວັງຂອງພະອົງ?" ເຮເຊກິຢາຕອບວ່າ, "ພວກເຂົາໄດ້ເຫັນທຸກສິ່ງທຸກຢ່າງຢູ່ໃນວັງຂອງເຮົາ. ບໍ່ມີສິ່ງໃດໃນບັນດາສິ່ງທີ່ມີຄ່າຂອງເຮົາທີ່ເຮົາບໍ່ໄດ້ໃຫ້ພວກເຂົາເບິ່ງ."