lo_isa_text_ulb_l3/39/01.txt

1 line
1.3 KiB
Plaintext

\c 39 \v 1 ໃນເວລານັ້ນເມໂຣດັກບາລາດານລູກຊາຍຂອງບາລາດານ, ກະສັດແຫ່ງບາບີໂລນ,ໄດ້ສົ່ງຈົດຫມາຍແລະເຄື່ອງບັນນາການມາໃຫ້ເຮເຊກິຢາ; ເພາະລາວໄດ້ຍິນວ່າເຮເຊກິຢາໄດ້ປ່ວຍແລະໄດ້ຫາຍດີແລ້ວ. \v 2 ເຮເຊກິຢາຊົງພໍໃຈກັບສິ່ງຂອງເຫລົ່ານີ້; ເພິ່ນໄດ້ຊົງໃຫ້ຜູ້ສົ່ງສານເບິ່ງຄັງຂອງສິ່ງຕ່າງໆທີ່ມີຄ່າຂອງເພິ່ນຄື, ເງິນ, ຄຳ, ເຄື່ອງເທດ, ແລະ ນ້ຳມັນອັນລ້ຳຄ່າ, ບ່ອນເກັບມ້ຽນອາວຸດຂອງເພິ່ນ, ແລະ ຂອງທັງຫມົດທີ່ພົບເຫັນຢູ່ໃນສາງຂອງເພິ່ນ. ບໍ່ມີສິ່ງໃດໃນພະຣາຊວັງ, ຫລືໃນອານາຈັກທັງຫມົດຂອງເພິ່ນ, ທີ່ເຮເຊກິຢາບໍ່ໄດ້ຊົງໃຫ້ພວກເຂົາເບິ່ງ.