lo_isa_text_ulb_l3/37/24.txt

1 line
1.2 KiB
Plaintext

\v 24 ເຈົ້າໄດ້ທ້າທາຍອົງພຣະຜູ້ເປັນເຈົ້າໂດຍພວກຜູ້ຮັບໃຊ້ຂອງເຈົ້າ ແລະ ໄດ້ກ່າວວ່າ, 'ດ້ວຍລົດຮົບຢ່າງຫລວງຫລາຍຂອງຂ້ອຍ, ຂ້ອຍຈະຂຶ້ນໄປເຖິງບ່ອນສູງຂອງພູເຂົາທັງຫລາຍ, ໄປຈົນເຖິງທີ່ສູງທີ່ສຸດຂອງເລບານອນ. ຂ້ອຍຈະຕັດຕົ້ນສົນສີດາທີ່ສູງຂອງມັນລົງ, ແລະ ຕົ້ນໄມ້ປະດັບທີ່ສວຍງາມຢູ່ທີ່ນັ້ນ, ແລະ ຂ້ອຍຈະເຂົ້າໄປໃນບ່ອນສູງທີ່ສຸດຂອງມັນ, ເຂົ້າໄປໃນປ່າເລິກທີ່ສຸດ. \v 25 ຂ້ອຍໄດ້ຂຸດນ້ຳສ້າງ ແລະ ດື່ມນ້ຳ; ຂ້ອຍໄດ້ເຮັດໃຫ້ແມ່ນໍ້າທຸກສາຍຂອງປະເທດເອຢິບແຫ້ງໄປພາຍໃຕ້ຕີນຂອງຂ້ອຍ.'