lo_isa_text_ulb_l3/37/14.txt

1 line
1.0 KiB
Plaintext

\v 14 ເຮເຊກິຢາໄດ້ຮັບຈົດຫມາຍສະບັບນີ້ຈາກມືຂອງຜູ້ສົ່ງຂ່າວສານແລະອ່ານມັນ. ຫລັງຈາກນັ້ນພະອົງໄດ້ສະເດັດຂຶ້ນໄປໃນພຣະວິຫານຂອງ ພຣະຢາເວ ແລະຊົງເປີດຈົດຫມາຍຕໍ່ຫນ້າພຣະອົງ. \v 15 ເຮເຊກິຢາ ໄດ້ອະທິຖານຕໍ່ພຣະຢາເວວ່າ: \v 16 "ຂ້າແດ່ພຣະຢາເວຈອມໂຍທາ, ພຣະເຈົ້າແຫ່ງອິດສະຣາເອນ, ພຣະອົງຜູ້ຊົງປະທັບເຫນືອທູດສະຫວັນ, ພຣະອົງຊົງເປັນພຣະເຈົ້າອົງດຽວເຫນືອອານາຈັກທັງຫມົດຂອງແຜ່ນດິນໂລກ. ພຣະອົງໄດ້ຊົງສ້າງຟ້າສະຫວັນ ແລະ ແຜ່ນດິນໂລກ.