lo_isa_text_ulb_l3/36/18.txt

1 line
1.2 KiB
Plaintext

\v 18 ຢ່າໃຫ້ ເຮເຊກິຢາເຮັດໃຫ້ພວກເຈົ້າຫລົງຜິດໄປ, ໂດຍກ່າວວ່າ,' ພຣະຢາເວຈະຊົງຊ່ວຍພວກເຮົາ, ມີພະເຈົ້າອົງໃດຂອງຊົນຊາດທັງຫລາຍທີ່ຊ່ວຍພວກເຂົາໃຫ້ລອດພົ້ນຈາກພະຫັດຂອງກະສັດອັດຊິເຣຍໄດ້ບໍ? \v 19 ພະເຈົ້າຂອງເມືອງຮາມັດ ແລະ ເມືອງອັກປັດ ຢູ່ບ່ອນໃດ? ພະເຈົ້າຂອງເມືອງເສຟາກວາອິມ ຢູ່ບ່ອນໃດ? ພວກເຂົາຊ່ວຍ ຊາມາເຣຍຈາກອຳນາດຂອງເຮົາໄດ້ບໍ? \v 20 ມີພະເຈົ້າອົງໃດທ່າມກາງພະເຈົ້າທັງຫມົດຂອງແຜ່ນດິນເຫລົ່ານີ້ທີ່ຊ່ວຍກູ້ແຜ່ນດິນຈາກອຳນາດຂອງເຮົາໄດ້, ແລ້ວພຣະຢາເວຈະຊ່ວຍນະຄອນເຢຣູຊາເລັມໄດ້ບໍ?"