lo_isa_text_ulb_l3/33/17.txt

1 line
898 B
Plaintext

\v 17 ດວງຕາຂອງພວກເຈົ້າຈະເຫັນກະສັດຜູ້ຊົງສະງ່າງາມ; ພວກເຂົາຈະເຫັນແຜ່ນດິນທີ່ກວ້າງຂວາງ. \v 18 ຫົວໃຈຂອງເຈົ້າຈະລະລຶກເຖິງຄວາມຢ້ານກົວນັ້ນ; ນັກຂຽນຢູ່ບ່ອນໃດ, ຄົນທີ່ຊັ່ງຈຳນວນເງິນຢູ່ບ່ອນໃດ? ຄົນນັບຈຳນວນຫໍຄອຍເຫລົ່ານັ້ນຢູ່ບ່ອນໃດ? \v 19 ພວກເຈົ້າຈະບໍ່ໄດ້ເຫັນຊົນຊາດທີ່ເປັນສັດຕູອີກຕໍ່ໄປ, ຊົນຊາດທີ່ມີພາສາແປກໆອອກໄປ, ຜູ້ທີ່ພວກເຈົ້າຟັງບໍ່ເຂົ້າໃຈ.