lo_isa_text_ulb_l3/19/11.txt

1 line
930 B
Plaintext

\v 11 ພວກເຈົ້ານາຍຂອງເມືອງໂຊອານກໍໂງ່ງ່າວ. ຄຳແນະນຳຂອງບັນດາທີ່ປຶກສາທີ່ສະຫລາດທີ່ສຸດຂອງຟາໂຣກໍໄຮ້ປະໂຫຍດ. ເຈົ້າຈະເວົ້າກັບຟາໂຣແນວໃດວ່າ, "ຂ້ານ້ອຍເປັນບຸດຊາຍຂອງພວກນັກປາດຜູ້ສະຫລາດ, ເປັນລູກຊາຍຂອງບັນດາກະສັດບູຮານ?" \v 12 ແລ້ວພວກນັກປາດຂອງເຈົ້າຢູ່ທີ່ໃດ? ຂໍໃຫ້ພວກເຂົາບອກເຈົ້າ ແລະ ເຮັດໃຫ້ພວກເຈົ້າໄດ້ຮູ້ວ່າພຣະຢາເວຈອມໂຢທາຊົງວາງແຜນຫຍັງກ່ຽວກັບເອຢິບໄວ້.