lo_isa_text_ulb_l3/11/10.txt

1 line
917 B
Plaintext

\v 10 ໃນວັນນັ້ນ, ຮາກຂອງເຈຊີຈະຕັ້ງຂຶ້ນເປັນທຸງສັນຍານແກ່ຊົນຊາດທັງຫລາຍ. ບັນດາປະຊາຊົນຈະສະແຫວງຫາພຣະອົງ, ແລະ ສະຖານທີ່ພັກຜ່ອນຂອງພຣະອົງຈະຮຸ່ງເຮືອງ. \v 11 ໃນວັນນັ້ນ, ອົງພຣະຜູ້ເປັນເຈົ້າຈະຊົງຢືນມືຂອງພຣະອົງອີກຄັ້ງເພື່ອນຳຄົນທີ່ເຫລືອຢູ່ຂອງຊົນຊາດຂອງພຣະອົງກັບຄືນມາ ຜູ້ທີ່ຍັງຄົງຢູ່ໃນອັດຊີເຣຍ, ເອຢິບ, ປັດໂຣດ, ເອລາມ, ຊິນາ, ຮາມັດ, ແລະ ເກາະຕ່າງໆໃນທະເລ.