lo_isa_text_ulb_l3/10/26.txt

1 line
918 B
Plaintext

\v 26 ແລ້ວພຣະຢາເວຈອມໂຢຈະໃຊ້ໄມ້ແສ້ຕໍ່ສູ້ກັບພວກເຂົາ, ເຫມືອນກັບຕອນທີ່ພຣະອົງຊົງໂຈມຕີຄົນມີເດຍທີ່ຫີນແຫ່ງໂອເຣັບ. ພຣະອົງຈະຊົງຍົກໄມ້ຄ້ອນຂອງພຣະອົງຂຶ້ນມາເຫນືອທະເລແລະ ຈະຊົງຍົກຂຶ້ນຢ່າງທີ່ໄດ້ຊົງເຮັດໃນເອຢິບ. \v 27 ໃນວັນນັ້ນ, ພາລະຫນັກຂອງເຂົາຈະຖືກຍົກອອກຈາກບ່າຂອງພວກເຈົ້າ ແລະ ແອກຂອງເຂົາອອກຈາກຄໍຂອງພວກເຈົ້າ, ແລະ ແອກນັ້ນຈະຖືກທຳລາຍເພາະຄວາມຕຸ້ຍ.