lo_isa_text_ulb_l3/08/16.txt

1 line
1.2 KiB
Plaintext

\v 16 ຈົ່ງຮັກສາຄຳເວົ້າຂອງພະຍານຂອງຂ້າ​ພະ​ເຈົ້າ​ໄວ້, ຈົ່ງປະທັບຕາ ແລະ ບັນ​ທຶກໄວ້ຢ່າງເປັນທາງການ, ແລະ ຈົ່ງເອົາມັນໃຫ້ພວກສາວົກຂອງຂ້າ​ພະ​ເຈົ້າ. \v 17 ຂ້າພະເຈົ້າຈະລໍຖ້າພຣະຢາ​ເວ, ຜູ້ທີ່ເຊື່ອງພ​ຣະ​ພັກຂອງພ​ຣະ​ອົງຈາກເຊື້ອສາຍຂອງຢາໂຄບ; ຂ້າ​ພະ​ເຈົ້າ​ຈະ​ລໍ​ຖ້າພ​ຣະ​ອົງ. \v 18 ຈົ່ງເບິ່ງ, ຂ້າພະເຈົ້າກັບພວກລູກຊາຍຂອງຂ້າພະເຈົ້າຜູ້ທີ່ພຣະຢາເວໄດ້ປະທານໃຫ້ຂ້າພະເຈົ້າເປັນເຄື່ອງ​ຫມາຍສຳ​ຄັນ ແລະ ການ​ອັດສະຈັນໃນອິດສະຣາເອນຈາກພຣະຢາເວຈອມ​ໂຍ​ທາ, ຜູ້ຊິ່ງ​ປະ​ທັບຢູ່ເທິງພູເຂົາຊີໂອນ.