lo_isa_text_ulb_l3/06/04.txt

1 line
1.1 KiB
Plaintext

\v 4 ພື້ນຖານຂອງປະ​ຕູ​ທັງ​ຫລາຍ​ກໍສັ່ນສະເທືອນຍ້ອນວ່າສຽງຮ້ອງຂອງຄົນເຫລົ່ານັ້ນທີ່​ກຳ​ລັງ​ຮ້ອງ​ອອກ​ມາ, ແລະ ພ​ຣະ​ນິ​ເວດກໍເຕັມໄປດ້ວຍຄວັນ. \v 5 ແລ້ວຂ້າພະເຈົ້າກໍ​ໄດ້ກ່າວວ່າ, “ວິບັດແກ່ຂ້າ​ພະ​ເຈົ້າ! ເພາະວ່າຂ້າ​ພະ​ເຈົ້າໄດ້ເຖິງ​ຄາວຕາຍແລ້ວ ເພາະວ່າຂ້າ​ພະ​ເຈົ້າເປັນຄົນທີ່ມີປາກບໍ່ສະອາດ, ແລະ ຂ້າ​ພະ​ເຈົ້າໄດ້ອາໄສຢູ່ໃນບັນດາຊົນ​ຊາດທີ່ມີປາກບໍ່ສະອາດ, ເພາະວ່າຕາຂອງຂ້າພະເຈົ້າໄດ້ເຫັນອົງກະສັດ, ອົງພຣະຢາເວ, ອົງພຣະຢາເວຈອ​ມ​ໂຢ​ທາ!"