lo_isa_text_ulb_l3/03/10.txt

1 line
1.0 KiB
Plaintext

\v 10 ຈົ່ງບອກຄົນຊອບທຳວ່າພວກເຂົາຈະໄປໄດ້ດີ, ເພາະວ່າພວກເຂົາຈະກິນຜົນຂອງການກະທຳຂອງພວກເຂົາ. \v 11 ວິບັດຈົ່ງມີແກ່ຄົນອະທຳ! ສິ່ງທີ່ບໍ່ດີຈະເກີດຂຶ້ນກັບເຂົາ, ເພາະການຕອບແທນທີ່ມືຂອງເຂົາໄດ້ກະທຳ. \v 12 ຊົນຊາດຂອງເຮົາເອີຍ, ເດັກນ້ອຍກໍເປັນຜູ້ບີບບັງຄັບພວກເຂົາ, ແລະ ພວກຜູ້ຍິງກໍປົກຄອງເຫນືອພວກເຂົາ. ປະຊາຊົນຂອງເຮົາ, ຄົນເຫລົ່ານັ້ນທີ່ນຳທາງພວກເຈົ້າໄດ້ນຳພວກເຈົ້າໃຫ້ຫລົງທາງໄປ ແລະ ເຮັດໃຫ້ການນຳທາງຂອງພວກເຈົ້າສັບສົນ.