lo_hos_tn_l3/05/05.txt

22 lines
3.6 KiB
Plaintext

[
{
"title": "ຂໍ້ມູນທົ່ວໄປ",
"body": "ພຣະຢາເວຊົງກ່າວກ່ຽວກັບອິດສະຣາເອນ."
},
{
"title": "ຄວາມອວດອ້າງຈອງຫອງຂອງອິສະຣາເອນເປັນພະຍານຕໍ່ສູ້ພວກເຂົາ",
"body": "ນີ້ອະທິບາຍເຖິງ \"ຄວາມຈອງຫອງ\" ໃນຖານະເປັນບຸກຄົນທີ່ເປັນພະຍານຕໍ່ປະຊາຊົນອິດສະຣາເອນໃນສານ. ທັດສະນະຄະຕິ ແລະ ການປະພຶດທີ່ຈອງຫອງຂອງພວກເຂົາສະແດງໃຫ້ເຫັນວ່າ ພວກເຂົາມີຄວາມຜິດທີ່ບໍ່ເຊື່ອຟັງພຣະຢາເວອີກຕໍ່ໄປ. (ເບິ່ງເພີ່ມເຕີມ: figs_personification)"
},
{
"title": "ສະນັ້ນ ຄົນອິດສະຣາເອນ ແລະ ເອຟຣາຢິມຈະສະດຸດໃນຄວາມຜິດຂອງພວກເຂົາ; ແລະ ຊາວຢູດາກໍຈະສະດຸດເຫມືອນກັນ",
"body": "ທັງສອງອານາຈັກນີ້ຈະບໍ່ເຊື່ອຟັງພຣະເຈົ້າຢ່າງແນ່ນອນ ເພາະຄວາມອວດໂຕ ແລະ ຄວາມບາບ. (ເບິ່ງເພີ່ມເຕີມ: figs_idiom)"
},
{
"title": "ພວກເຂົາບໍ່ໄດ້ສັດຊື່ຕໍ່ພຣະຢາເວ, ເພາະພວກເຂົາໄດ້ໃຫ້ກຳເນີດລູກນອກກົດຫມາຍ",
"body": "ຄວາມຫມາຍທີ່ເປັນໄປໄດ້ແມ່ນ: 1) ນີ້ຫມາຍເຖິງຄົນອິດສະຣາເອນທີ່ແຕ່ງງານກັບຄົນຊາດອື່ນ ແລະ ມີລູກນຳພວກເຂົາ. ຫລື 2) ນີ້ມີຄວາມຫມາຍວ່າ ພໍ່ແມ່ຂອງຄົນອິດສະຣາເອນບໍ່ສັດຊື່ຕໍ່ພຣະຢາເວ ແລະ ພວກເຂົາໄດ້ສັ່ງສອນລູກຂອງພວກເຂົາໃຫ້ນະມັດສະການບັນດາຮູບເຄົາລົບ. "
},
{
"title": "ຕອນນີ້ ເທດສະການພະຈັນເຕັມດວງຈະເຜົາໄຫມ້ພວກເຂົາ ພ້ອມທົ່ງນາທັງຫລາຍຂອງເຂົາ",
"body": "ປະຊາຊົນຂອງອິດສະຣາເອນຄວນຈະສະເຫລີມສະຫລອງໃນຊ່ວງພະຈັນເຕັມດວງ. ສຳນວນນີ້ໄດ້ອະທິບາຍວ່າ ເທດສະການພະຈັນເຕັມດວງເຫມືອນສັດຮ້າຍຈະອອກກິນມາກິນປະຊາຊົນ ແລະ ໄຮ່ນາຂອງພວກເຂົາ. ເຖະງຢ່າງໃດກໍຕາມ, ມັນກໍເປັນການຍາກທີ່ຈະແປສຳນວນນີ້; ມີຫລາຍສະບັບກໍແປໂດຍທີ່ບໍ່ໄດ້ຄຳນຶງເຖິງຄວາມຫມາຍ. ເຖິງຢ່າງໃດກໍຕາມ, ຄວາມຫມາຍທັງຫມົດທັງມວນກໍແມ່ນພຣະເຈົ້າຈະລົງໂທດປະຊາຊົນສຳລັບການບໍ່ສັດຊື່ຕໍ່ພຣະອົງ. (ເບິ່ງເພີ່ມເຕີມ: figs_personification)"
}
]