lo_hos_tn_l3/09/08.txt

30 lines
4.3 KiB
Plaintext

[
{
"title": "ຂໍ້ມູນທົ່ວໄປ:",
"body": "ໂຮເຊອາ ຜູ້ປະກາດພຣະທັມກ່າວ."
},
{
"title": "ພວກຜູ້ປະກາດພຣະຄັມຄືຄົນຍາມຂອງພຣະເຈົ້າ ຂອງຂ້ານ້ອຍເຫນືອຊາວເອຟາຣາອິມ ",
"body": "\"ຄົນເຝົ້າຍາມ\" ເຝົ້າຍາມຢູ່ນອກເມືອງຂອງລາວເພື່ອເບິ່ງວ່າມີອັນຕະຣາຍກຳລັງຈະເກີດຂຶ້ນ. ຜູ້ປະກາດພຣະຄັມໄດ້ເຕືອນປະຊາຊົນເມື່ອພວກເຂົາເຮັດບາບ ແລະ ຢູ່ໃນອັນຕະຣາຍທີ່ຈະມີພຣະເຈົ້າຂອງລາວລົງໂທດພວກເຂົາຖືກກ່າວເຖິງຄືກັບວ່າລາວເປັນຄົນເຝົ້າຍາມເມືອງ. ອາດແປໄດ້ອີກວ່າ: \"ຜູ້ປະກາດພຣະຄັມປຽບເຫມືອນຜູ້ເຝົ້າຍາມພຣະເຈົ້າເຫນືອເອຟາຣາອິມ\""
},
{
"title": "ພວກຜູ້ປະກາດພຣະຄັມຄືຄົນຍາມຂອງພຣະເຈົ້າ ຂອງຂ້ານ້ອຍເຫນືອຊາວເອຟາຣາອິມ ",
"body": "ບາງສະບັບແປຂໍ້ຄວາມນີ້ວ່າ \"ຜູ້ປະກາດພຣະຄັມກັບພຣະເຈົ້າຂອງຂ້ານ້ອຍເປັນຜູ້ເຝົ້າຍາມເຫນືອຊາວເອຟາຣາອິມ.\""
},
{
"title": "ພວກຜູ້ປະກາດພຣະຄັມ",
"body": "ຫມາຍເຖິງຜຸ້ປະກາດພຣະຄັມໂດຍທົ່ວໄປທີ່ພຣະເຈົ້າໄດ້ແຕ່ງຕັ້ງ. ອາດແປໄດ້ອີກວ່າ: \"ຜູ້ປະກາດພຣະຄັມແມ່ນ\" ຫລື \"ຜູ້ປະກາດພຣະຄັມທີ່ແທ້ຈິງແມ່ນ\" (ເບິ່ງເພີ່ມເຕີມ: figs_genericnoun)"
},
{
"title": "ເອຟາຣາອິມ",
"body": "ຄຳວ່າ \"ເອຟາຣາອິມ\" ເປັນຕົວແທນໃຫ້ແກ່ປະຊາຊົນອິສະຣາເອນທຸກຄົນ. (ເບິ່ງເພີ່ມເຕີມ: figs_metonymy)"
},
{
"title": "ນົກກໍຖືກຫ້າງແຮ້ວໄວ້ຕາມເສັ້ນທາງທັງຫລາຍຂອງພວກເຂົາ",
"body": "“ແຮ້ວນົກ” ແມ່ນກັບດັກທີ່ໃຊ້ໃນການຈັບນົກ. ຫມາຍຄວາມວ່າ ປະຊາຊົນອິສະຣາເອນເຮັດທຸກສິ່ງທີ່ພວກເຂົາສາມາດເຮັດໄດ້ ເພື່ອຢຸດຜູ້ປະກາດພຣະທັມຂອງພຣະເຈົ້າ. ອາດແປໄດ້ອີກວ່າ: \"ປະຊາຊົນຕັ້ງກັບດັກສຳລັບທຸກບ່ອນທີ່ພຣະອົງຈະໄປ\" ຫລື \"ຄົນທັງຫລາຍເຮັດທຸກສິ່ງທຸກຢ່າງເພື່ອທຳຮ້າຍພຣະອົງ\" (ເບິ່ງເພີ່ມເຕີມ: figs_metaphor)"
},
{
"title": "ພວກເຂົາໄດ້ທຳລາຍຕົນເອງໃຫ້ຕົກຕ່ຳລົງເຫມືອນຢ່າງໃນມື້ເຫລົ່ານັ້ນຢູ່ເມືອງກິເບອາ",
"body": "\"ປະຊາຊົນອິສະຣາເອນໄດ້ເຮັດບາບ ແລະ ເປັນກາຍເປັນຄົນສໍ້ຣາຊບັງຫລວງເຫມືອນຢ່າງທີ່ພວກເຂົາໄດ້ເຮັດຢູ່ທີ່ກິເບອາຕັ້ງແຕ່ດົນນານແລ້ວ.\" ນີ້ອາດຈະເປັນການອ້າງອິງເຖິງການກະທຳທີ່ຫນ້າຕົກໃຈຂອງເຜົ່າເບັນຢາມິນທີ່ໄດ້ເລົ່າໃນພຣະທັມຜູ້ປົກຄອງ 19-21."
}
]