lo_hos_tn_l3/04/06.txt

18 lines
3.1 KiB
Plaintext

[
{
"title": "ຂໍ້ມູນທົ່ວໄປ:",
"body": "ໃນຂໍ້ 4:6, ພຣະຢາເວຊົງກ່າວກັບພວກປະໂລຫິດກ່ຽວກັບປະຊາຊົນອິສະຣາເອນ. ແຕ່ໃນຂໍ້ 4: 7, ພຣະອົງຊົງກ່າວກ່ຽວກັບພວກປະໂລຫິດ ບໍ່ແມ່ນເຖິງພວກເຂົາ. ມີຄວາມເປັນໄປໄດ້ສຳລັບຜູ້ແປທີ່ຈະສາມາດຕິດຕາມຕົວຢ່າງ, ຊຶ່ງສະແດງໃຫ້ເຫັນວ່າຂອງພຣະຢາເວກຳລັງກ່າວກັບພວກປະໂລຫິດໃນຂໍ້ 4: 7 ເຊັ່ນກັນ."
},
{
"title": "ໄພ່ພົນຂອງເຮົາກໍຖືກທຳລາຍ ເພາະພວກເຂົາຂາດຄວາມຮູ້",
"body": "ສາມາດຖືກລະບຸໄວ້ໃນຮູບແບບກະທຳ. ອາດແປໄດ້ອີກວ່າ: \"ປະຊາຊົນຂອງເຮົາກຳລັງຈະສູນສິ້ນໄປເພາະເຈົ້າ, ພວກປະໂລຫິດ, ບໍ່ໄດ້ສິດສອນພວກເຂົາກ່ຽວກັບເຮົາຢ່າງຖືກຕ້ອງ ເພື່ອວ່າພວກເຂົາຈະເຊື່ອຟັງເຮົາ\". (ເບິ່ງເພີ່ມເຕີມ: figs_activepassive)"
},
{
"title": "ຄວາມຮູ້",
"body": "ຄຳວ່າ \"ຄວາມຮູ້\" ຫມາຍເຖິງ ຄວາມຮູ້ຂອງພຣະເຈົ້າ. (ເບິ່ງເພີ່ມເຕີມ: figs_explicit)"
},
{
"title": "ພວກເຂົາທັງຫລາຍໄດ້ແລກປ່ຽນກຽຕສັກສີຂອງພວກເຂົາເພື່ອຄວາມອັບອາຍ",
"body": "ຄວາມຫມາຍທີ່ເປັນໄປໄດ້ແມ່ນ: 1) \"ກຽດຕິຍົດ\" ແມ່ນຄຳເວົ້າທີ່ເປັນຕົວແທນຂອງພຣະຢາເວ, ແລະ \"ຄວາມອັບອາຍ\" ແມ່ນຄຳເວົ້າທີ່ເປັນຕົວແທນຂອງຮູບເຄົາຣົບ. ອາດແປໄດ້ອີກວ່າ: \"ພວກເຂົາຢຸດການນະມັສະການເຮົາ, ພຣະເຈົ້າຜູ້ຊົງກຽຕສັກສີ, ແລະ ດຽວນີ້ກໍນະມັສະການຮູບເຄົາຣົບທີ່ຫນ້າກຽດຫນ້າຊັງແທນ\" ຫລື 2) ບາງສະບັບໃນພຣະຄັມພີແປວ່າ \"ເຮົາຈະແລກປ່ຽນກຽດຕິຍົດຂອງພວກເຂົາເປັນຄວາມອັບອາຍ.\" ຫມາຍຄວາມວ່າພຣະຢາເວ ຈະເອົາສິ່ງຂອງທີ່ປະໂລຫິດໃຫ້ກຽຕໄປ ເພື່ອເຮັດໃຫ້ພວກປະໂລຫິດມີຄວາມອັບອາຍ. (ເບິ່ງເພີ່ມເຕີມ: figs_metonymy)"
}
]