[ { "title": "ຂໍ້ມູນທົ່ວໄປ:", "body": "ພຣະຢາເວຊົງກ່າວກ່ຽວກັບອິສະຣາເອນ. " }, { "title": "ພວກເຂົາຈະບໍ່ກັບຄືນໄປຍັງປະເທດເອຢິບອີກບໍ?", "body": "ຄຳຖາມນີ້ຫມາຍຄວາມວ່າ ຊົນຊາດອິສະຣາເອນຈະຕົກເປັນທາດອີກຄັ້ງເຫມືອນດັ່ງທີ່ພວກເຂົາຢູ່ໃນອີຢີບ. (ເບິ່ງເພີ່ມເຕີມ: figs_rquestion)" }, { "title": " ອັດຊີເຣຍຈະບໍ່ປົກຄອງພວກເຂົາ ເພາະວ່າພວກເຂົາປະຕິເສດທີ່ຈະກັບຄືນໄປຫາເຮົາຫລື?", "body": "ຊົນຊາດອິສະຣາເອນຈະເປັນຊະເລີຍຂອງອັດຊີເຣຍ ຊຶ່ງເປັນຜົນມາຈາກການປະຕິເສດຂອງພວກເຂົາທີ່ຈະຮັກສາຄວາມສັດຊື່ຕໍ່ ພຣະຢາເວ. (ເບິ່ງເພີ່ມເຕີມ: figs_rquestion)" }, { "title": "ດາບຈະຕົກລົງມາຍັງບັນດາຫົວເມືອງຂອງເຂົາ ", "body": "ຄຳວ່າ “ດາບ” ສະແດງເຖິງສັດຕຣູຂອງອິສະຣາເອນຜູ້ທີ່ຈະທຳລາຍເມືອງຕ່າງໆຂອງອິສະຣາເອນ. (ເບິ່ງເພີ່ມເຕີມ: figs_metonymy)" }, { "title": "ເພື່ອທຳລາຍບານປະຕູເມືອງຂອງພວກເຂົາ", "body": "ປະຕູໃຫ້ຄວາມປອດພັຍແກ່ຜູ້ອາສັຍໃນເມືອງຈາກສັດຕຣູຂອງພວກເຂົາ, ແລະປະຕູເຫລັກກໍອັດໄວ້. ການທຳລາຍປະຕູເຫລັກຫມາຍເຖິງການເອົາຄວາມປອດພັຍຂອງປະຊາຊົນໄປ. (ເບິ່ງເພີ່ມເຕີມ: figs_metonymy)" }, { "title": "ເຖິງວ່າພວກເຂົາຈະຮ້ອງຫາພຣະຜູ້ສູງສຸດ", "body": "ໃນທີ່ນີ້ ພຣະເຈົ້າເປັນຜູ້ຊົງກ່າວກ່ຽວກັບຕົວເອງໃນບຸກຄົນທີສາມ. ອາດຈະຖືກກ່າວເຖິງໃນບຸກຄົນທໍາອິດ. ອາດແປໄດ້ອີກວ່າ: \"ເຖິງວ່າພວກເຂົາເອີ້ນເຮົາວ່າ, ຜູ້ສູງສຸດ\" (ເບິ່ງເພີ່ມເຕີມ: figs_123person)." }, { "title": "ບໍ່ມີໃຜຊ່ວຍພວກເຂົາ", "body": "ພຣະຢາເວ ຈະບໍ່ຊົງອະນຸຍາດໃຫ້ຜູ້ໃດຊ່ວຍເຫລືອຊົນຊາດອິສະຣາເອນ ເພາະວ່າ ພວກເຂົາໄດ້ຫັນຫລັງໃຫ້ກັບພຣະອົງ. " } ]