lo_hos_text_ulb_l3/12/01.txt

1 line
825 B
Plaintext

\c 12 \v 1 ຊາວເອຟຣາຢິມລ້ຽງຕົນດ້ວຍລົມ ແລະ ຕາມຫລັງລົມຕາເວັນອອກ. ເຂົາຍັງມີຄວາມໂກດຮ້າຍ ແລະ ຄວາມຮຸ່ນແຮງເພີ່ມຂຶ້ນເລື້ອຍໆ. ພວກເຂົາໄດ້ເຮັດສັນຍາກັບອັດຊີເຣຍ ແລະ ໄດ້ຂົນນ້ຳມັນຫມາກກອກໄປເອຢິບ. \v 2 ພຣະຢາເວຊົງຟ້ອງຮ້ອງປະຊາຊົນຢູດາ ແລະ ຈະຊົງລົງໂທດຢາໂຄບໃນສິ່ງທີ່ພວກເຂົາໄດ້ເຮັດ; ພຣະອົງຈະຊົງຕອບແທນຕາມການກະທຳຂອງພວກເຂົາ.