lo_hos_text_ulb_l3/09/10.txt

1 line
1.0 KiB
Plaintext

\v 10 ພຣະຢາເວຊົງກ່າວວ່າ, “ເມື່ອເຮົາພົບເຫັນອິດສະຣາເອນ, ກໍເຫມືອນພົບຫມາກອະງຸ່ນໃນຖິ່ນແຫ້ງແລ້ງກັນດານ. ເຫມືອນກັບຜົນລະປູກທຳອິດຂອງຕົ້ນລະດູ, ເຮົາໄດ້ພົບບັນພະບູລຸດທັງຫລາຍຂອງພວກເຈົ້າ ກໍ່ເຫມືອນກັບໄດ້ພົບຜົນທຳອິດ, ຂອງຫມາກເດື່ອ. ແຕ່ພວກເຂົາໄດ້ໄປຫາພະເປໂອນ, ແລະ ພວກເຂົາກໍໄດ້ທິດຕົນຕໍ່ຮູບເຄົາລົບອັນຫນ້າອັບອາຍນັ້ນ. ພວກເຂົາຈຶ່ງເປັນທີ່ຫນ້າກຽດຊັງເຫມືອນກັບຮູບເຄົາລົບທີ່ພວກເຂົາຮັກນັ້ນ.