lo_hos_text_ulb_l3/02/10.txt

1 line
705 B
Plaintext

\v 10 ແລ້ວເຮົາຈະເປືອຍກາຍນາງຕໍ່ຫນ້າພວກຄົນຮັກຂອງນາງ, ແລະ ຈະບໍ່ມີໃຜຊ່ອຍນາງໃຫ້ພົ້ນຈາກພຣະຫັດຂອງເຮົາໄດ້. \v 11 ເຮົາຈະເຮັດໃຫ້ງານກິນລ້ຽງທັງຫລາຍຂອງນາງສິ້ນສຸດລົງ—ງານເທດສະການສະຫລອງຂອງນາງ, ການສະຫລອງມື້ຂຶ້ນຫນຶ່ງຄ່ຳ, ວັນສະບາໂຕ, ແລະງານສະຫລອງທັງປວງທີ່ກຳຫນົດໄວ້ຂອງນາງ.