lo_hos_text_ulb_l3/05/05.txt

1 line
1.2 KiB
Plaintext

\v 5 ຄວາມອວດອ້າງຈອງຫອງຂອງອິດສະຣາເອນເປັນພະຍານຕໍ່ສູ້ພວກເຂົາ; ສະນັ້ນ ອິດສະຣາເອນ ແລະ ເອຟຣາຢິມຈະສະດຸດໃນຄວາມຜິດຂອງພວກເຂົາ; ແລະ ຊາວຢູດາກໍຈະສະດຸດເຫມືອນກັນ. \v 6 ພວກເຂົາຈະໄປກັບຝູງແກະ ແລະ ງົວຂອງເຂົາ ເພື່ອຈະສະແຫວງຫາພຣະຢາເວ, ແຕ່ພວກເຂົາຈະບໍ່ພົບພຣະອົງ, ແລະພຣະອົງຈະຊົງຫນີຫ່າງຈາກພວກເຂົາໄປ. \v 7 ພວກເຂົາບໍ່ໄດ້ສັດຊື່ຕໍ່ພຣະຢາເວ, ເພາະພວກເຂົາໄດ້ໃຫ້ກຳເນີດລູກນອກກົດຫມາຍ. ຕອນນີ້ ເທດສະການວັນພະຈັນເຕັມດວງຈະເຜົາໄຫມ້ພວກເຂົາພ້ອມທົ່ງນາທັງຫລາຍຂອງເຂົາ.