lo_hos_text_ulb_l3/13/15.txt

1 line
748 B
Plaintext

\v 15 ເຖິງແມ່ນວ່າ ເອຟຣາຢິມໄດ້ຈະເລີນຮຸ່ງເຮືອງທ່າມກາງພີ່ນ້ອງຂອງພວກເຂົາ, ລົມທາງທິດຕາເວັນອອກຈະພັດມາ; ລົມຂອງພຣະຢາເວກໍຈະມາຈາກຖິ່ນແຫ້ງແລ້ງກັນດານ. ນ້ຳພຸຂອງເອຟຣາຢິມກໍຈະແຫ້ງ, ແລະ ນ້ຳສ້າງຂອງພວກເຂົາກໍຈະບໍ່ມີນ້ຳ. ສັດຕູຂອງພວກເຂົາຈະປຸ້ນເອົາເຄື່ອງຂອງມີຄ່າທຸກຢ່າງໄປຈາກຄັງຂອງເຂົາ.